ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX


    ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX ໄດ້ໄຂຂຶ້ນໃນລະ ຫວ່າງວັນທີ 16-19 ພຶດສະພາ 2023 ນີ້, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະ ຫມອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງສາລະວັນ, ມີຄະນະຮັບຜິດ ຊອບຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ມີບັນດາສະຫາຍຄະ ນະບໍລິຫານງານພັກແຂວງ ແລະ ຄະນະພັກຂັ້ນ ຕ່າງໆ ເຂົ້າຮ່ວມ. ການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະ ນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX ຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນ ເປັນການທົບທວນຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ IX ຂອງອົງຄະນະພັກແຂວງ ໄລຍະ 2 ປີກວ່າ ຜ່ານມາ, ໂດຍກອງປະຊຸມຈະໄດ້ ພ້ອມກັນຮັບຟັງ ແລະ ຄົ້ນຄວ້າບັນດາເອກະສານທີ່ສຳຄັນຄື: ບົດສະຫຼຸບຕີລາຄາການນຳພາຮອບດ້ານຂອງ ຄະນະບໍລິ ຫານງານພັກແຂວງ ກາງສະໄໝທີ IX ແລະ ທິດທາງແຜນການ ຈົນຮອດກອງປະຊຸມໃຫຍ່ ສະໄໝທີ X, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນໄລຍະ 2 ປີກວ່າ ຜ່ານມາ ແລະ ທິດທາງ ແຜນ ການໃນຕໍ່ໜ້າ, ບົດສຳຫຼວດການນຳພາລວມ ຂອງ ຄະນະບໍລິຫານງານພັກແຂວງ ສະໄໝທີ IX ຕະຫຼອດໄລຍະ 2 ປີກວ່າຜ່ານ ມາ, ພ້ອມທັງຈະໄດ້ ຮັບຟັງການເຜີຍແຜ່ ເຊື່ອມຊຶມ ເອກະສານ ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນ ແບບຢ່າງນຳໜ້າຂອງພັກ, ຈາກນັ້ນຈະໄດ້ດໍາເນີນ ຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງ ຕິດພັນກັບການ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກ ແຂວງສາລະວັນ ສະໄໝທີ IX, ເພື່ອເປັນການກວດກາຕີລາຄາຄືນການປະຕິບັດໜ້າທີ່ການເມືອງ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງໄລຍະ ຜ່ານມາ. ສະຫາຍ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕະຫຼອດໄລຍະການດໍາເນີນກອງປະຊຸມ ຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບ, ເປັນເຈົ້າການປະກອບຄຳຄິດເຫັນຕໍ່ບັນດາເອກະສານ ທີ່ໄດ້ຜ່ານໃນກອງປະຊຸມຄັ້ງນີ້, ການປະກອບຄໍາເຫັນຕ້ອງກະທັດຮັດ, ມີເນື້ອໃນເລິກ ເຊິ່ງ, ຍົກໃຫ້ເຫັນບັນຫາທີ່ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ເພື່ອເປັນທິດທາງໃນຕໍ່ໜ້າ ແລະ ພ້ອມກັນຊອກວິທີການປັບປຸງແກ້ໄຂຮ່ວມກັນຢ່າງພາວະ ວິໄສ.

ແຫຼ່ງທີ່ມາ:ໜັງ​​ສືພິມກອງ​ທັບ
ວັນທີ 18/05/2023